Monday, January 30, 2017

ສາລະບານ

ສິ່ງທີ່ຄວນ ແລະ ບໍ່ຄວນ 



· ບໍ່ຄວນຊື້ສິນຄ້າທີ່ເປັນຂອງທຽມ ຫຼື ຮຽນແບບເນືອງຈາກກົດໝາຍອີຕາລີກຳນົດໂທດປັບຜູ້ຊື້ສິນຄ້າດັ່ງກ່າວ 10,000 EUR

· ບໍ່ໃສ່ເສື້ອເປີດບ່າ ຫຼື ໂສ້ງຂາສັ້ນເຂົ້າໂບດ

· ບໍ່ຄວນເຂົ້າໄປຊົມໂບດ ຫຼື ໃຊ້ສຽງດັງໃນຄະນະມີການປະກອບພິທີກຳທາງສາດສະໜາ


· ບໍ່ຄວນໃຊ້ສັນຍາລັກມືໃນການສື່ສານຖ້າບໍ່ແນ່ໃຈໃນຄວາມໝາຍເຊັ່ນການໃຊ້ນິ້ວມື ( ໂດຍສະເພາະນິ້ວກາງ ).



Sunday, January 29, 2017

ຂໍ້ມູນອື່ນໆ

ແຜ່ນທີ່ຂອງປະເທດອີຕາລີ (Italy map)




ຫົວຕໍ່ປັກສຽບ (Italy adapter)

ຂໍ້ແນະນຳຖ້າຈະໄປທ່ຽວປະເທດນີ້ຄວນຈະຖືຫົວຕໍ່ປັກສຽບໄປນຳເພາະວ່າຫົວປັກສຽບປະເທດລາວແມ່ນບໍ່ໄດ້ໃຊ້ປັກສຽບປະເພດດຽວກັນກັບປະເທດອີຕາລີ, ເພື່ອໃຫ້ສະດວກໃນການສາກໂທລະສັບ


ການຕິດຕໍ່ສື່ສານ: ລະຫັດມືຖືປະເທດນີ້ແມ່ນ +39






ເອກະລັກ ແລະ ສິ່ງທີ່ມີຊືສຽງ


ສະຖານທີ່ນີ້ເປັນເອກະລັກຂອງປະເທດອີຕາລີເພາະມັນເປັນສະຖານທີ່ທີ່ສຳຄັນທີ່ໃຜໄປກໍຕ້ອງໄດ້ໄປສະຖານທີ່ນີ້.



ອາຫານທີ່ມີຊື່ສຽງ ແລະ ເປັນເອກະລັກຂອງປະເທດອີຕາລີ.

 ພິດຊາ (Pizza) ມີຈຸດກຳເນີດຈາກປະເທດອີຕາລີ ແລະ ຍັງເປັນຂອງທີ່ມີຊື່ສຽງຂອງປະເທດ.


Pasta

ບຸນປະເພນີ


1. ບຸນໝາກກ້ຽງ





ໃນປະເທດອີຕາລີຈະມີເທດສະການໜຶ່ງທີ່ປະຊາຊົນມາດຶກໝາກກ້ຽງໃສ່ກັນ, ເທດສະການນີ້ຈະໄກດ້ຈັດຂຶ້ນອາທິດທີ່ສາມຂອງເດືອນກຸມພາຂອງທຸກໆປີ


2. ເທດສະການຮູບເງົານານາຊາດເວນິສ (Venice international film festival)


ເທດສະການຮູບເງົານານາຊາດນີ້ຈັດຂຶ້ນໃນທ້າຍເດືອນສິງຫາ ຫຼື ຕົ້ນເດືອນກັນຍາ. ກໍຈະມີນັກສະແດງລະດັບໂລກຫຼາຍໆປະເທດເຂົ້າຮວມ.



ວັດທະນະທຳ



ວັດທະນະທຳການນຸ່ງຖືຂອງແຕ່ລະປະເທດກໍຈະມີຄວາມແຕກຕ່າງກັນໄປ. ນີ້ແມ່ນການນຸ່ງຖືຂອງຄົນອີຕະລີສະໄໝກ່ອນ.




ການເຕັ້ນລຳແບບຄົນອີຕາລີ


ກິດຈະກຳທີ່ໜ້າສົນໃຈ



1. ລອງເຮືດຕາມແມ່ນ້ຳຢູເມືອງ ເວນິສ (Venice)




2. ໄປຊື້ເຄືອງແບຣນເນມຢູ່ The Mall outlet 








ກິລາ




1.  ກິລາບານເຕະ


ກິລາທີ່ມີຄວາມນິຍົມໃນປະເທດອີຕາລີແມ່ນກິລາບານເຕະ. ປະເທດອີຕາລີໄດ້ເປັນແຊ້ມບາຍໂລກໃນປີ 2006





2. ກິລາຂີ່ລົດຖີບ




3. ບານບ້ວງ



ຂໍ້ມູນທົ່ວໄປ ແລະ ພູມສັນຖານຂອງປະເທດ


ທີ່ຕັ້ງ

ປະເທດອີຕາລີເປັນປະເທດໜຶ່ງທີ່ຕັ້ງຢູໃນທະວີບເອີຣົບ ໃນບໍລິເວນເອີຣົບໃຕ້.


ຊື່ທີ່ເປັນທາງການ

ປະເທດອີຕາລີມີຊື່ທາງການວ່າ ສາທາລະນະລັດອີຕາລີ( Repubblica italiana )



ເມືອງຫຼວງ


ນະຄອນຫຼວງຂອງ ສາທາລະນະລັດອີຕາລີ ແມ່ນ ກຸງໂຣມ (Roma)


ເພັງຊາດຂອງປະເທດອີຕາລີ


ທຸງຊາດ
ທຸງຊາດຂອງປະເທດອີຕາລີມີສາມສີ : ຂຽວ,ຂາວ,ແດງ
ກາຊາດ

ເຂດແດນຂອງສາທາລະນະລັດອີຕາລີ
• ທິດຕາເວັນຕົກສຽງເໜືອຕິດກັບປະເທດຝຣັ່ງ
• ທິດເໜືອຕິດກັບສະວິດເຊີແລນ ແລະ ປະເທດອອດສະເຕຣຍ
• ທິດຕາເວັນອອກສຽງເໜືອຕິດກັບປະເທດສະໂລວີເນຍ
• ທິດຕາເວັນຕົກ, ທິດໃຕ້ ແລະ ທິດຕາເວັນອອກ ອ້ອມຮອບໄປດ້ວຍທະເລໄທເຣນຽນ, ທະເລເມດີເຕລາເນ ແລະ ທະເທເລອາເດຣຍຕິກ

ອີຕາລີມີສອງເກາະໃຫຍ່ໃນທະເລເມດີເຕຣາເນຄື:


1.ເກາະຊີຊີລີ
2.ເກາະຊາດີເນຍ.

ການປົກຄອງໃນລະບອບ 
ລະບອບສາທາລະນະລັດປະຊາທິປະໄຕ 

ເນື້ອທີ່
301,338 ຕາລາງກິໂລແມັດ


ປະຊາກອນ

ປະຊາກອນລວມທັງໝົດ 59,799,246ຄົນ ໃນປີ2017

ສະກຸນເງິນ
ປະເທດອີຕາລີໃຊ້ສະກຸນເງິນເອີໂຣ (EUR)

ລະດູ


ປະເທດອີຕາລີມີສີ່ລະດູຄື: 

1.         ລະດູໃບໄມ້ປົງ
2.         ລະດູຮ້ອນ
3.         ລະດູໃບໄມ້ລົ່ນ
4.         ລະດູໜາວ



ສະຖານທີ່ທ່ອງທ່ຽວຂອງປະເທດອີຕາລີ


1ໂຄໂລຊ້ຽມ (Collosseum)

1
.ໂຄໂລຣຊ້ຽມ
 (Colosseum)



ໂຄໂລຣຊ້ຽມເປັນສະໜາມກິລາກາງແຈ້ງຂະໜາດໃຫຍ່ຕັ້ງຢູໃຈກາງນະຄອນຫຼວງຂອງປະເທດອີຕາລີ (Roma), ເລິມກໍ່ສ້າງປີ ພ.ສ613 ມີຄວາມສູງ 57 ແມັດ ເປັນຮູບວົງກົມທີ່ກໍ່ດ້ວຍຫິນ, ສາມາດບັນຈຸຜູ້ເຂົ້າຊົມໄດ້ເຖິງ 50,000 ຄົນ.


2. ຫໍເອນ (Tower of Pisa)


ຫໍເອນເມືອງປີຊາເປັນຫໍລະຄັງຂອງສາດສະໜາຄຣິສມີຊື່ສຽງໂດງດັງໄປທົ່ວໂລກ, ເປັນຫໍຮູບຊົງກະບອກ 8 ຊັ້ນ ສ້າງດ້ວຍຫີນອ່ອນສີຂາວສູງ 55.86ແມັດ, ມີບັນໄດ 293ຂັ້ນ, ມີຄວາມອ່ຽງ 3.96ອົງສາ. ເລິ່ມສ້າງ 9/8/1173 ສ້າງສຳເລັດປີ ຄ.ສ1350 ໃຊ້ເວລາປະມານ 175ປີ.


3. ນ້ຳພຸເທຣະວີ (Fontana di trevi)

ນ້ຳພຸເທລະວີເປັນນ້ຳພຸທີ່ມີຄວາມສັກສິດມີຄວາມເຊື່ອຖືຂອງສາດສະໜາຄຣິສ, ມີການເວົ້າປາກຕໍ່ປາກວ່າຖ້າພວກເຈົ້າໄດ້ໂຍນຫຼຽນລົງໃນນ້ຳນີ້ແລ້ວ ພວກເຈົ້າຈະໄດ້ກັບມາສະຖານທີ່ນີ້ອີກ.

4. ເມືອງເວນິສ (Venice)

ເມືອງເວນິສ ເປັນເມືອງສຸດແສນໂຣແມນຕິກມີຄວາມສວຍງາມມົນສະເໜ່ໃນການທ່ອງທ່ຽວທີ່ສາມາດດຶງດູດນັກທ່ອງທ່ຽວທົ່ວໂລກ ໂດຍສະເພາະແມ່ນຄູຮັກທີ່ກຳລັງຫາສະຖານທີ່ທ່ອງທ່ຽວ ຫຼື ໄປ ຮັນນີມູນ. 


10 Top Tourist Attraction